ລາວໄດ້ 2 ຫຼຽນຄຳ ຈາກກິລາເພາະກາຍ

ລາວໄດ້ 2 ຫຼຽນຄຳ ຈາກກິລາເພາະກາຍ

ຜົນງານຂອງ ນັກກິລາເພາະກາຍທີມຊາດລາວ ໃນກິລາເອຊຽນເກມ ທີ່ປະເທດຍີ່ປຸ່ນເປັນເຈົ້າພາບ ແຂ່ງຂັນໃນວັນທີ 26 ກັນຍາ 2026 ສາມາດຍາດມາໄດ້2 ຫຼຽນຄຳ 1 ຫຼຽນເງິນ ຂໍສະແດງຄວາມຊົມເຊີຍ👏👏👏 ໂດຍໄດ້ຈາກ: • 🥇 1 ຫຼຽນຄຳ: ນາງ ເພັດສະລາ ວັນນະສານ ໃນລາຍການ ຍິງຫຸ່ນງາມ ຄວາມສູງບໍ່ເກີນ 155 ຊຕມ (ພາຍຫຼັງທີ່ຫາກໍຍາດໄດ້ 1 ຫຼຽນເງິນ ກ່ອນໜ້ານີ້) • 🥇 1 ຫຼຽນຄຳ (ແຊັມອາຊີ) ນາງ ຈິນຕະນາ ຄຳບຸນເຮືອງ ລາຍການ ຍິງຫຸ່ນງາມ ຄວາມສູງບໍ່ເກີນ 165 ຊຕມ. • 🥈 1 ຫຼຽນເງິນ: ນາງ ຈິນຕະນາ ຄຳບຸນເຮືອງ ລາຍການ ຍິງຫຸ່ນງາມ ອາຍຸເກີນ 35 ປີຂຶ້ນໄປ (ບໍ່ຈຳກັດລວງສູງ). ສ່ວນ ທ້າວ ສິນປະເສີດ ວົງພັນ ແຂ່ງຂັນລາຍການ ຊາຍຫຸ່ນງາມ ຄວາມສູງບໍ່ເກີນ 170 ຍາດອັນດັບ 4 ຂອງອາຊີ.

ມາຮອດປັດຈຸບັນ, ນັກກິລາເພາະກາຍທີມຊາດລາວ ຍາດມາໄດ້ແລ້ວ 4 ຫຼຽນ ຄື: 2 ຫຼຽນຄຳ ແລະ 2 ຫຼຽນເງິນ 👏👏👏.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button